ດັ່ງທີ່ພວກເຮົາຮູ້ກັນດີແລ້ວວ່າ ວັນເດັກສາກົນແມ່ນວັນທີ່ມີຄວາມໝາຍຄວາມສຳຄັນຂອງຫລານນ້ອຍຊຶ່ງເປັນອານາຄົດຂອງຊາດ ແລະ ເພື່ອສະເຫລີມສະຫລອງວັນດັ່ງກ່າວທີ່ໝູນວຽນມາຄົບຮອບອີກວາລະນຶ່ງ ດັ່ງນັ້ນ ໂຮງໝໍມິດຕະພາບຈຶ່ງໄດ້ຈັດພິທີສະເຫລີມສະຫລອງວັນເດັກສາກົນນີ້ຂື້ນ 1 ມີຖຸນາ 2023, ໂດຍໃຫ້ກຽດເຂົ້າຮ່ວມພາຍໃນງານມີທ່ານ ດຣ.ນາງ ມະນີຈັນ ທອງຊະນະ ຮອງຜູ້ອຳນວຍການໂຮງໝໍມິດຕະພາບ,ທ່ານ ດຣ. ເກດມະນີ ເພັດສີລິແສງ ຮອງຜູ້ອຳນວຍການໂຮງໝໍມິດຕະພາບ ພ້ອມດ້ວຍປະທານສະຫະພັນແມ່ຍິງໂຮງໝໍ,ຄູ,ອາຈານ ແລະ ຫລານນ້ອຍກໍ່ໄດ້ເຂົ້າຮ່ວມຢ່າງເປັນຂະບວນຝົດຟື້ນ,ໃນພິທີຍັງໄດ້ມອບຂອງຫລິ້ນໃຫ້ຫລານນ້ອຍ ແລະ ຈັດກິດຈະກຳຟ້ອນຂອງຫລານນ້ອຍອີກດ້ວຍ.



