ສະຖາບັນ ຄົ້ນຄ້ວາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຂົ້າຮ່ວມພິທີຮັບໃບຮັບຮອງ ISO/IEC 17205: 2017 ຂອງຫ້ອງທົດລອງ ສິິ່ງແວດລ້ອມ
ໃນຕອນບ່າຍ ຂອງ ວັນທີ 25 ກໍລະກົດ 2023 ຜ່ານມາ ສະຖາບັນຄົ້ນຄວ້າ ຊັບພະຍາກອນທໍາມະຊາດ ແລະ ສິິ່ງແວດລ້ອມ ໄດ້ເຂົ້າຮ່ວມພິທີຮັບໃບຮັບຮອງ ISO/IEC 17205: 2017 ຂອງຫ້ອງທົດລອງ ສິ່ງແວດລ້ອມ ຢູ່ທີິ່ໂຮງແຮມລາວພຣາຊ່າ ເປັນກຽດເຂົ້າຮ່ວມມອບໃບຮັບຮອງໃນ ຄັ້ງນີ້ ໂດຍຕາງໜ້າ ກົມວິທະຍາສາດ ບໍລິການ, ກະຊວງ ການອຸດົມສຶກສາວິທະຍາສາດ, ວິໄຈ ແລະ ນະວັດຕະກໍາ ປະເທດໄທ ເປັນຜູ້ມາມອບ ແລະ ທ່ານ ລຽນໄຊ ບຸນມະນີວັນ ຕາງໜ້າ ສະຖາບັນ ຄົ້ນຄວ້າ ຊັບພະຍາກອນທໍາມະຊາດ ແລະ ສິິ່ງແວດລ້ອມ ຂຶ້ນຮັບ ໂດຍມີຜູ້ເຂົ້າຮ່ວມມາຈາກກົມອາຫານ ແລະ ຢາ, ຄະນະບໍດີ ຄະນະວິສະວະກຳສາດ, ຄະນະວິສະວະກຳນໍ້າ, ຄະນະວິທະຍາສາດ ສິ່ງແວດລ້ອມ, ຄະນະວິທະຍາສາດ ທຳມະຊາດ ມະຫາວິທະຍາໄລແຫ່ງຊາດ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.




