ທ່ານລັດຖະມົນຕີ ກຊສ ຕ້ອນຮັບການຢ້ຽມຂຳນັບຂອງທ່ານຜູ້ອໍານວຍການທະນາຄານໂລກ
ໃນຕອນບ່າຍ ຂອງ ວັນທີ 17 ກໍລະກົດ 2023 ທີ່ຜ່ານມາ ທ່ານ ນາງ ບຸນຄຳ ວໍລະຈິດ ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ພ້ອມຄະນະກົມທີ່ກ່ຽວຂ້ອງ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ນາງ Anna Wellenstein ຜູ້ອໍານວຍການທະນາຄານໂລກ ຮັບຜິດຊອບພາກພຶ້ນອາຊີຕາເວັນອອກ ໃນວຽກງານການພັດທະນາແບບຍືນຍົງ ພ້ອມຄະນະ.
ໃນໂອກາດນີ້, ທ່ານ ລັດຖະມົນຕີ ກຊສ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ ນາງ Anna Wellenstein ພ້ອມຄະນະທີ່ໄດ້ເຂົ້າຢ້ຽມຂຳນັບ... ແລະ ຍັງໄດ້ປຶກສາຫາລື ກ່ຽວກັບການຈັດຕັ້ງປະຕິບັດ ບັນດາໂຄງການຮ່ວມມື ລະຫວ່າງ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ທະນາຄານໂລກ ໂດຍສະເພາະ ໂຄງການສ້າງຄວາມເຂັ້ມແຂງໃນວຽກງານຂຶ້ນທະບຽນອອກໃບຕາດິນຢ່າງເປັນລະບົບ, ການກະກຽມໂຄງການຄຸ້ມຄອງສິິ່ງແວດລ້ອມ ແລະ ສິິ່ງເສດເຫຼືອ, ການກະກຽມແຜນຍຸດທະສາດການການປ່ອຍທາດອາຍກາກບ່ອນຕ່ຳ Long-Term Low-Emission Development Strategy (LT-LEDS) LT-LEDS ແລະ ການຮ່ວມມືທາງດ້ານອຸຕຸນິຍົມ ແລະ ອົກທົກກະສາດ.
ນອກຈາກນັ້ນ, ທັງສອງ ຝ່າຍກໍຍັງໄດ້ປຶກສາຫາລື ແນວທາງໃນການຈັດຕັ້ງປະຕິບັດວຽກງານ ຂອງຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃນຕໍ່ໜ້າເປັນຕົ້ນ ແມ່ນການປັບປຸງບັນດາກົນໄກໃນການອະນຸມັດງົບປະມານ ໂດຍທະນາຄານໂລກ ແລະ ການຮ່ວມມືໃນວຽກງານການຄວມຄຸມມົນລະພິດ ໂດຍສະເພາະການຕິດຕາມຄຸນນະພາບອາກາດ ໃນ ສປປ ລາວ.




