MONRE ກຊສ
on Wednesday

ກອງປະຊຸມປຶກສາຫາລືແບບມີສ່ວນຮ່ວມ ກ່ຽວກັບບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ, ໂຄງການເຂດເສດຖະກິດໃໝ່ນາຊາຍທອງ

ໃນຕອນບ່າຍ ວັນທີ 27 ກໍລະກົດ 2023 ທີ່ຜ່ານມາ ຢູ່ທີ່ໂຮງແຮມແລນມາກ, ກົມສິ່ງແວດລ້ອມ (ກສລ), ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ກຊສ) ໄດ້ຈັດກອງປະຊຸມປຶກສາຫາລືແບບມີສ່ວນຮ່ວມຂັ້ນແຂວງ/ສູນກາງ ກ່ຽວກັບບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດ ລ້ອມແບບລະອຽດ ພ້ອມດ້ວຍ ແຜນຄຸ້ມຄອງ ແລະ ຕິດຕາມ ກວດກາສິ່ງແວດລ້ອມ ສະບັບເດືອນ ມິຖຸນາ 2023 ສໍາລັບ ໂຄງການເຂດເສດຖະກິດໃໝ່ ນາຊາຍທອງ ຕັ້ງຢູ່ບ້ານໂພນມ່ວງ ແລະ ບ...້ານຮ່ອງງົວ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຂອງບໍລິສັດ ພັດທະນາລົງທຶນໄຟຟ້າ ລາວ-ຈີນ ຈຳກັດ, ໂດຍການເປັນປະທານ ຂອງ ທ່ານ ອຸ່ນເຮືອນ ໄຊຍະຈັກ ຫົວໜ້າ ກສລ, ມີ ພຊສ ນະຄອນຫຼວງວຽງຈັນ, ຕາງໜ້າ ຈາກພາກສ່ວນກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນ, ເຈົ້າຂອງໂຄງການ ແລະ ບໍລິສັດທີ່ປຶກສາສິ່ງແວດລ້ອມເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງການລາຍງານຄວາມເປັນມາຂອງໂຄງການ ຊຶ່ງໂຄງການດັ່ງກ່າວ ມີອາຍຸສຳປະທານ 70 ປີ (ໂດຍກຳນົດເປັນ 2 ຊ່ວງ ຄື: ເບື້ອງຕົ້ນ 50 ປີ ແລະ ຕໍ່ອີກ 20 ປີ ເປັນ 70 ປີ) ແລະ ມີມູນຄ່າການລົງ ທຶນທັງໝົດ 800 ລ້ານໂດລາສະຫະລັດ.

ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມຂອງໂຄງການດັ່ງກ່າວ ເຈົ້າຂອງໂຄງການໄດ້ວ່າຈ້າງ ບໍລິສັດ ດີວີແອວ ບໍລິການທີ່ປຶກສາ ຈໍາກັດ ເປັນຜູ້ດໍາເນີນການສຶກສາ, ປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສ້າງເປັນບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດ ພ້ອມດ້ວຍ ແຜນຄຸ້ມຄອງ ແລະ ຕິດຕາມ ກວດກາສິ່ງແວດລ້ອມ ໃຫ້ແກ່ໂຄງການ ແລະ ບໍລິສັດ ພັດທະນາລົງທຶນໄຟຟ້າ ລາວ-ຈີນ ຈຳກັດ ເປັນເຈົ້າຂອງໂຄງການ ຕັ້ງຢູ່ບ້ານທົ່ງກາງ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ, ໂຄງການດັ່ງກ່າວ ຕັ້ງຢູ່ບ້ານໂພນມ່ວງ ແລະ ບ້ານຮ່ອງງົວ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຊຶ່ງເປັນການຮ່ວມຮຸ້ນ ລະຫວ່າງ ລັດວິສາຫະກິດໄຟຟ້າລາວ ຖືຮຸ້ນ 10% ແລະ ບໍລິສັດ Kunming Yu Shen Electric Company Limited ຖືຮຸ້ນ 90%, ມີເນື້ອທີ່ທັງໝົດ 316 ເຮັກຕາ (ເປັນດິນຂອງບໍລິສັດເອງ), ອົງປະກອບລວມຂອງໂຄງການແບ່ງອອກເປັນ 3 ພາກສ່ວນ ຄື: 1. ພາກສ່ວນໂຮງງານຜະລິດອຸປະກອນໄຟຟ້າ, 2. ພາກສ່ວນອຸດສາຫະກຳປະກອບອຸປະກອນໄຟຟ້າ ແລະ 3. ພາກສ່ວນບໍລິການ. ການຈັດຕັ້ງປະຕິບັດຂອງໂຄງການແບ່ງອອກເປັນ 3 ໄລຍະ ຄື: (ໄລຍະທີ 1 ໄລຍະກະກຽມ ກ່ອນການກໍ່ສ້າງ ແລະ ລວມທັງການກໍ່ສ້າງ ເລີ່ມແຕ່ປີ 2019-2023, ໄລຍະທີ 2 ແມ່ນຈະເລີ່ມລົງທຶນໃສ່ການດຳເນີນການຜະລິດ ຕາມແບບແຜນທີ່ໄດ້ລະບຸໃນບົດການສຶກສາຄວາມເປັນໄປໄດ້ ເລີ່ມແຕ່ປີ 2023-2026 ແລະ ໄລຍະທີ 3 ນັບແຕ່ປີ 2026 ຈະລົງທຶນເພີ່ມໃນການຜະລິດໃຫ້ຫຼາຍຂຶ້ນ ແລະ ເພື່ອປັບປຸງຜະລິດຕະພັນໃຫ້ທັນສະໄໝ ມີຄຸນນະພາບດີຂຶ້ນກວ່າເກົ່າ ເພື່ອຮັບຮອງການຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງລູກຄ້າ ຈາກທົ່ວທຸກຂົງເຂດໃນພາກພື້ນອາຊີ ທີ່ທາງໂຄງການໄດ້ຄາດການໄວ້).

ໃນຕອນທ້າຍທ່ານປະທານໄດ້ມີຄຳເຫັນ ມາຍັງບັນດາທ່ານຜູ້ເຂົ້າຮ່ວມກອງປະຊຸມ ເພື່ອຍົກສູງຄວາມຮັບຜິດຊອບຂອງຂະແໜງການຕົນ ໃນການປຶກສາຫາລືແຕ່ລະເນື້ອໃນ ພ້ອມທັງປະກອບຄໍາຄິດ-ຄຳເຫັນ ຕໍ່ບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດ ພ້ອມດ້ວຍ ແຜນຄຸ້ມຄອງ ແລະ ຕິດຕາມ ກວດກາສິ່ງແວດລ້ອມ ຂອງໂຄງການດັ່ງກ່າວ ໃຫ້ມີຄວາມຄົບຖ້ວນ, ສົມບູນ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນສູງ. ສໍາລັບເຈົ້າຂອງໂຄງການ, ກໍ່ຕ້ອງເອົາໃຈໃສ່ໃນການ ຈັດຕັ້ງປະຕິບັດວຽກງານຕົວຈິງ ທັງໃນໄລຍະກໍ່ສ້າງ ແລະ ດໍາເນີນໂຄງການ ແລະ ຕ້ອງຮັບປະກັນບໍ່ໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະ ທໍາມະຊາດ, ສິ່ງສໍາຄັນຕ້ອງປະຕິບັດມາດຕະການປ້ອງກັນ ແລະ ຫຼຸດຜ່ອນຜົນກະທົບ ທີ່ອາດຈະເກີດຂຶ້ນຈາກການດໍາເນີນໂຄງການ ແລະ ໃຫ້ປັບປຸງບາງເນື້ອໃນທີ່ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ສະຂຶ້ນຕໍ່ບົດດັ່ງກ່າວ ແລ້ວສົ່ງໃຫ້ກົມສິ່ງແວດລ້ອມ ເພື່ອດຳເນີນຕາມຂັ້ນຕອນ

See more
อาจเป็นรูปภาพของ 1 คน, แท่นบรรยาย และ ข้อความ
อาจเป็นรูปภาพของ 9 คน, ตาราง และ แท่นบรรยาย
อาจเป็นรูปภาพของ 4 คน และ แท่นบรรยาย
อาจเป็นรูปภาพของ 11 คน, ตาราง, แท่นบรรยาย และ ข้อความ
อาจเป็นรูปภาพของ 9 คน และ ข้อความ
+5
28
1
3