ການນຳ ກຊສ ແລະ ການນຳ ແຂວງວຽງຈັນ ຮ່ວມກັນ ໄປຖອດຖອນບົດຮຽນ ດ້ານການຄຸ້ມຄອງຊັບພະຍາກອນນ້ຳແບບເຊື່ອມສານ ຢູ່ທີ່ ນະຄອນອູຮັ້ນ ສປ ຈີນ
ໃນລະຫວ່າງວັນທີ 16-19 ກໍລະກົດ 2023 ທີ່ຜ່ານມາ ຄະນະນຳກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ຄະນະນໍາແຂວງວຽງຈັນ ສປປ ລາວ ນຳໂດຍ ທ່ານ ຈັນທະເນດ ບົວລະພາ ຮອງລັດຖະມົນຕີ ກຊສ ແລະ ທ່ານ ດາວເຮືອງ ນັນທະວົງ ຮອງເຈົ້າແຂວງວຽງຈັນ ພ້ອມດ້ວຍຄະນະ ໄດ້ເດີນທາງເຄື່ອນໄຫວຢ້ຽມຢາມ ພ້ອມທັງຖອດຖອນບົດຮຽນກ່ຽວກັບການຄຸ້ມຄອງຊັບພະຍາກອນນ້ຳແບບເຊື່ອມສານທີ່ເມືອງ ອູຮັ້ນ, ສປ ຈີນ.
ຈຸດປະສົງຂອງການເດີນທາງໄປ…ເຄື່ອນໄຫວໃນຄັ້ງນີ້ ແມ່ນເພື່ອສືບຕໍ່ການຈັດຕັ້ງປະຕິບັດໂຄງການຄຸ້ມຄອງອ່າງຮັບນ້ຳຍ່ອຍ ນ້ຳເປາະ ແບບເຊື່ອມສານ ທີ່ໄດ້ຮັບການຊ່ວຍເຫຼືອຈາກກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ (ໂຄງການຄຸ້ມຄອງອ່າງຮັບນໍ້າຍ່ອຍ ນໍ້າເປາະ ເປັນໂຄງການບູລິມະສິດໜຶ່ງທີ່ຕັ້ງຢູ່ເມືອງວັງວຽງ ແຂວງວຽງຈັນ) ເຊິ່ງຄະນະທີ່ເດີນທາງໄປຄັ້ງນີ້ໄດ້ມີການແລກປ່ຽນ ຖອດຖອນບົດຮຽນດ້ານການຄຸ້ມຄອງ, ວາງນະໂຍບາຍ ແລະ ເຕັກນິກວິຊາການຕ່າງໆ ຂອງວຽກງານຊັບພະຍາກອນນ້ຳ ເພື່ອມາໝູນໃຊ້ ເຂົ້າໃນການຄຸ້ມຄອງຊັບພະຍາກອນນ້ຳ ໃນ ສປປ ລາວ ກໍຄືປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ຕາມທິດສີຂຽວ ແລະ ຍືນຍົງ.
ໃນລະຫວ່າງ ການເຄື່ອນໄຫວ ຢ້ຽມຢາມດັ່ງກ່າວ ທາງຄະນະຜູ້ແທນລາວ ໄດ້ໄປຢ້ຽມຢາມເຮັດວຽກ ແລະ ແລກປ່ຽນບົດຮຽນກັບທາງ ຄະນະກຳມະການແມ່ນ້ຳຊາງຈຽງ, ກະຊວງຊັບພະຍາກອນນໍ້າ ສປ ຈີນ ເຊິ່ງໃຫ້ກຽດຕ້ອນຮັບໂດຍ ທ່ານ ມ່າ ຈ້ຽນຫົວ (Ma Jianhua) ຫົວໜ້າຄະນະກໍາມະການແມ່ນໍ້າຊາງຈຽງ. ຈາກນັ້ນ ຄະນະຜູ້ແທນ ສປປ ລາວ ໄດ້ເດີນທາງຕໍ່ເພື່ອໄປຢ້ຽມຢາມ ສະຖານທີ່ຕົວຈິງ ກ່ຽວກັບ ການຄຸ້ມຄອງ ແລະ ການບໍລິຫານຈັດການນ້ຳ, ການບົວລະບັດຮັກສາ ແລະ ຟຶ້ນຟູນ້ຳ ຢູ່ທີ່ ສວນສາທິດ ວິທະຍາສາດ ແລະ ເຕັກໂນໂລຊີ ການອະນຸລັກດິນ ແລະ ນ້ຳ ຊຶ່ງເປັນໜຶ່ງໃນອ່າງຮັບນ້ຳຂອງນະຄອນອູຮັ້ນ ທີ່ປະສົບຜົນສຳເລັດໃນການຄຸ້ມຄອງຊັບພະຍາກອນນໍ້າ ໂດຍມີປະລິມານ ແລະ ຄຸນນະພາບນໍ້າທີ່ດີ ພ້ອມທັງ ປັບປຸງທັດສະນີຍະພາບຂອງ ເມືອງອູຮັ້ນ ໃຫ້ເປັນສີຂຽວ ແລະ ອຸດົມສົມບູນໄປດ້ວຍຊີວະນາໆພັນ ທັງເປັນຕົວແບບທີ່ດີ ດ້ານການຄຸ້ມຄອງຊັບພະຍາກອນນໍ້າ ໃນເຂດຕົວເມືອງ.
ນອກນັ້ນ ຄະນະຍັງໄດ້ໄປຢ້ຽມຢາມ ສູນຂໍ້ມູນອຸທົກກະສາດ ແລະ ພະຍາກອນແມ່ນ້ຳ ຊາງຈຽງ ແລະ ສະຖາບັນສຳຫຼວດ, ວາງແຜນ, ອອກແບບ ແລະ ຄົ້ນຄວ້າ ຂອງແມ່ນໍ້າ ຊາງຈຽງ ຕື່ມອີກ. ໃນວັນຕໍ່ມາຄະນະກໍ່ໄດ້ສືບຕໍ່ໄປຢ້ຽມຢາມ ຖອດຖອນບົດຮຽນຢູ່ ສູນໃຫ້ຂໍ້ມູນຂ່າວສານ ຂອງ ສະຖາບັນ ຄົ້ນຄວ້າວິທະຍາສາດ ແມ່ນໍ້າ ຊາງຈຽງ ກ່ອນຈະສຳເລັດການຢ້ຽມຢາມ ແລະ ເດີນທາງກັບ ສປປ ລາວ ດ້ວຍຄວາມສະຫວັດດີພາບ




