ທ່ານ ລັດຖະມົນຕີ ກຊສ ສຳເລັດການເຄື່ຶອນໄຫວ ແລກປ່ຽນບົດຮຽນການພັດທະນາເສດຖະກິດ ຕາມທິດສີຂຽວ ຢູ່ ສປ ຈີນ
ໃນລະຫວ່າງ ວັນທີ 25-28 ກໍລະກົດ 2023 ຜ່ານມານີ້, ທ່ານ ນາງ ບຸນຄຳ ວໍລະຈິດ, ລັດຖະມົນຕີ ກຊສ ພ້ອມດ້ວຍ ຄະນະ ຈາກກະຊວງ ທີ່ກ່ຽວຂ້ອງ ແລະ ທ້ອງຖິ່ນ ໄດ້ໄປທັດສະນະສຶກສາ ແລະ ແລກປ່ຽນບົດຮຽນ ກ່ຽວກັບ ການສ້າງລະບົບເສດຖະກິດໝູນວຽນ ແບບສີຂຽວ ແລະ ການປ່ອຍທາດອາຍກາກບອນຕໍ່າ ທີ່ ແຂວງ ຫູນານ, ສປ ຈີນ.
ຈຸດປະສົງ ຂອງການໄປທັດສະນະສຶກສາ ໃນຄັ້ງນີ້ ກໍ່ແມ່ນເພື່ອ ຖອດຖອນບົດຮຽນ ໃນການ ການສ້າງລະບົບເສດຖະກິດໝູນວຽນ ແບບສີຂຽວ ແລະ ການປ່ອຍ…ທາດອາຍກາກບອນຕໍ່າ ຢູ່ ສປ ຈີນ ແລະ ເຂົ້າຮ່ວມງານວາງສະແດງການພັດທະນາເສດຖະກິດສີຂຽວສາກົນ ຄັ້ງທີ 4 ພາຍໃຕ້ຫົວຂໍ້ “ການພັດທະນາເສດຖະກິດແບບໝູນວຽນ ສີຂຽວ ແລະ ການປ່ອຍທາດອາຍກາກບອນຕໍ່າ”
ໃນໄລຍະທີ່ເຄື່ອນໄຫວ ຢູ່ ສປ ຈີນ ທ່ານລັດຖະມົນຕີ ກຊສ ພ້ອມຄະນະກໍໄດ້ໄປທັດສະນະສຶກສາ, ແລກປ່ຽນບົດຮຽນ ແລະ ປຶກສາຫາລື ກັບບັນດາພາກສ່ວນທີ່ກ່ຽວຂ້ອງ ຂອງ ສປ ຈີນ ຢູ່ ບັນດາຕົວເມືອງ, ເຂດອຸດສາຫະກຳ ແລະ ບັນດາບໍລິສັັດຕ່າງໆ ຢູ່ແຂວງ ຫູນານ ໃນນັ້ນໄດ້ໄປຢ້ຽມຊົມ ການພັດທະນາ ເສດຖະກິດ ແລະ ການພັດທະນາຊົນນະບົດ ຕາມທິດສີຂຽວ ໃນເຂດພັດທະນາອຸດສາຫະກຳ ທີ່ມີການຮັກສາ ລະບົບນິເວດໃນຕົວເມືອງ, ປົກປັກຮັກສາສິ່ງແວດລ້ອມ ແລະ ອື່ນໆ ໂດຍມີການ ສ້າງສະພາບແວດລ້ອມ ທີ່ເຮັດໃຫ້ມະນຸດ ແລະ ທຳມະຊາດ ສາມາດຢູ່ຮ່ວມກັນໄດ້ ແລະ ຍັງໄດ້ໄປຢ້ຽມຊົມໂຮງງານອຸດສາຫະກຳ ແລະ ປຶກສາຫາລືກັບ ບັນດາບໍລິສັດຕ່າງໆ ເປັນຕົ້ນແມ່ນ ລັດວິສາຫະກິດ ໄກທຽນ (Aerospace Kaitian Environmental) ເຊິ່ງເປັນ ລັດວິສາຫະກິດຂອງລັດຖະບານ ສປ ຈີນ ທີ່ຄົ້ນຄວ້າ, ໃຫ້ການບໍລິການ, ແກ້ໄຂ ແລະ ໃຫ້ຄຳປຶກສາ ທາງດ້ານ ສິ່ງແວດລ້ອມແບບຄົົບວົງຈອນ ຂອງ ສປ ຈີນ ແລະ ໄປຢ້ຽມຊົມ ສະຖານທີ່ສຳຄັນ ທາງປະຫວັດສາດອີກຈຳນວນໜຶ່ງ.
ໃນໂອກາດ ດັ່ງກ່າວນີ້, ທ່ານ ລັດຖະມົນຕີ ກຊສ ກໍ່ຍັງໄດ້ກ່າວບົດປາໄສໃນຫົວຂໍ້ “ການພັດທະນາສີຂຽວ ແລະ ການປ່ອຍທາດອາຍກາກບອນຕໍ່າ ຂອງ ສປປ ລາວ” ຢູ່ໃນພິທີເປີດ ງານວາງສະແດງການພັດທະນາເສດຖະກິດສີຂຽວສາກົນ ຄັ້ງທີ 4 ພາຍໃຕ້ຫົວຂໍ້ “ການປ່ອຍທາດອາຍກາກບອນຕ່ຳ, ການໃຊ້ຊັບພະຍາກອນໝູນວຽນ ແລະ ການພັດທະນາ” ຢູ່ທີ່ ສູນການຄ້າ ແລະ ການວາງວະແດງສິນຄ້າສາກົນ ແຂວງ ຫູນານ. ເຊິ່ງທ່ານກໍ່ໄດ້ ສະແດງຄວາມຍ້ອງຍໍ ຊົມເຊີຍ ສປ ຈີນ ທີ່ໄດ້ຕັ້ງໜ້າເອົາໃຈໃສ່ໃນການສ້າງ “ປະເທດຈີນ ທີ່ສວຍງາມ’ ໂດຍການພັດທະເສດຖະກິດຕາມທິດສີຂຽວ ແລະ ປ່ອຍທາດອາຍກາກບອນຕ່ຳ ແລະ ລິເລີ່ມແນວຄິດການພັດທະນາ ໃຕ້-ໃຕ້ (South-to-South cooperation) ແລະ ຂໍ້ລິເລີ່ມຕ່າງໆ ໃນພາກພື້ນ ເພື່ອເປັນການປະກອບສ່ວນ ແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ. ນອກຈາກນັ້ນ, ທ່ານລັດຖະມົນຕີ ໄດ້ຍົກໃຫ້ເຖິງ ຄວາມສຳຄັນ, ຄວາມເອົາໃຈໃສ່ ແລະ ການປະກອບສ່ວນ ຂອງລັດຖະບານ ສປປ ລາວ ໃນການພັດທະນາ ຕາມທິດສີຂຽວ, ຍືນຍົງ ແລະ ການແກ້ໄຂຕໍ່ບັນຫາການປ່ຽນແປງດິນຟ້າອາກາດ ໂດຍໄດ້ເຊື່ອມສານເອົາວຽກງານດັ່ງກ່າວ ເຂົ້າໃນຍຸດທະສາດ ແລະ ແຜນງານຕ່າງໆ ໃນການຫຼຸດຜ່ອນການປ່ອຍ ແລະ ເພີ່ມການດູດຊັບທາດອາຍເຮືອນແກ້ວໃຫ້ ເປັນສູນ (Net Zero Emission) ເປັນຕົ້ນ: ໄດ້ສ້າງຍຸດທະສາດການແກ້ໄຂ ສະພາບການປ່ຽນແປງດິນຟ້າອາກາດແຫ່ງຊາດ ຮອດປີ 2030, ແລະ ສ້າງແຜນດຳເນີນງານໄລຍະຍາວ ການປ່ອຍທາດອາຍເຮືອນແກ້ວຕ່ຳ ຂອງ ສປປ ລາວ ເຊິ່ງເປັນຂະບວນການໃນການ ສ້າງປະເທດ ສປປ ລາວ ໃຫ້ເປັນປະເທດ ພັດທະນາເສດຖະກິດ ສັງຄົມ ທີ່ມີການປ່ອຍທາດອາຍກາກບອນຕ່ຳ, ນຳໃຊ້ຊັບພະຍາກອນໝູນວຽນ ແລະ ຊັບພະຍາກອນປ່າໄມ້ທີ່ຂຽວສົດງົດງາມ ແລະ ຍົກໃຫ້ເຫັນວ່າ ສປປ ລາວ ແມ່ນມີຄວາມພ້ອມໃນການຮ່ວມມື ກັບ ສປ ຈີນ ແລະ ປະເທດອື່ນໆ ໃນການ ສ້າງລະບົບເສດຖະກິດໝູນວຽນ ແບບສີຂຽວ ແລະ ການປ່ອຍທາດອາຍກາກບອນຕໍ່າ.
ໃນໄລຍະການໄປທັດສະນະສຶກສາໃນຄັ້ງນີ້ ທ່ານ ລັດຖະມົນຕີ ກຊສ ຍັງໄດ້ເຂົ້າພົບປະ ແລະ ປຶກສາຫາລື ສອງຝ່າຍ ກັບທ່ານ ເໝົາ ເວີຍໝິງ (Mao Weiming) ເຈົ້າແຂວງ ຫູນານ (Hunan), ເຊິ່ງທັງ ສອງຝ່າຍ ກໍໄດ້ລາຍງານສະພາບ ການພົວພັນຮ່ວມມື ລະຫວ່າງ ສອງພາກສ່ວນ ແລະ ການຄຸ້ມຄອງ ສິ່ງແວດລ້ອມ ພາຍໃນປະເທດ ໃຫ້ກັນຊາບ ແລະ ປຶກສາຫາລື ແນວທາງໃນການຮ່ວມມື ໃນການຄຸ້ມຄອງ ສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດຮ່ວມກັນ ໃນອະນາຄົດ ຕື່ມອີກ.




