MONRE ກຊສ
last Monday

ຮອງລັດຖະມົນຕີ ກຊສ ນໍາພາຄະນະວິຊາການ ເຄື່ອນໄຫວແລກປ່ຽນຖອດຖອນບົດຮຽນ ຢູ່ ສສ ຫວຽດນາມ

ທ່ານ ປອ ໄຊນະຄອນ ອິນທະວົງ, ຮອງລັດຖະມົນຕີ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ກຊສ) ໄດ້ນໍາພາຄະນະວິຊາການ ຈາກ ກຊສ ແລະ ພາກສ່ວນທີ່ກ່ຽວຂ້ອງ ເດີນທາງເຄື່ອນໄຫວແລກປ່ຽນຖອດຖອນບົດຮຽນ ກັບ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂອງ ສສ ຫວຽດນາມ ໃນລະຫວ່າງວັນທີ 24-28 ກໍລະກົດ 2023.

ຈຸດປະສົງ ຂອງ ການຢ້ຽມຢາມແລກປ່ຽນ ໃນຄັ້ງນີ້ ກໍ່ເພື່ອສືບຕໍ່ຜັນຂະຫຍາຍການຮ່ວມມືສອງຝ່າຍ ລະຫວ່າງ ກຊສ ສປປ ລາວ ແລະ ກຊສ ສສ ຫວຽດນາມ ທີ່ມີມາກ່ອ...ນແລ້ວ ແລະ ເພື່ອລົງເລິກການແລກປ່ຽນບົດຮຽນ ກ່ຽວກັບ ວຽກງານທີ່ດິນ ເຊິ່ງເປັນວຽກງານທີ່ນອນໃນທິດທາງຈຸດສຸມ ຂອງການພັດທະນາຄຸ້ມຄອງທີ່ດິນ ໃນໄລຍະໃໝ່ ໂດຍສະເພາະເລັ່ງໃສ່ການຫັນເປັນທັນສະໄໝ ໃນຂົງເຂດດັ່ງກ່າວ.

ໃນວາລະຂອງການເຄື່ອນໄຫວຄັ້ງນີ້ ທ່ານຮອງລັດຖະມົນຕີ ກໍ່ໄດ້ເຂົ້າພົບຢ້ຽມຢາມ ທ່ານລັດຖະມົນຕີ ກຊສ ສສ. ຫວຽດນາມ. ຫຼັງຈາກນັ້ນກໍ່ໄດ້ນໍາພາຄະນະວິິຊາການ ຈາກ ສປປ ລາວ ຮ່ວມເຮັດວຽກກັບທ່ານຮອງລັດຖະມົນຕີ ພ້ອມດ້ວຍຄະນະວິຊາການ ຂອງ ກຊສ ສສ. ຫວຽດນາມ ເພື່ອລົງເລິກແລກປ່ຽນບັນດາເນື້ອໃນ ແລະ ບັນດາຈຸດສົນໃຈຕ່າງໆ ກ່ຽວກັບ ວຽກງານທີ່ດິນ ຂອງທັງສອງປະເທດ.

ນອກຈາກນັ້ນ, ການເຄື່ອນໄຫວໃນຄັ້ງນີ້ ກໍ່ຍັງປະກອບມີໜ້າວຽກຂອງການແລກປ່ຽນບົດຮຽນໃນຂັ້ນວິຊາການຈໍານວນໜຶ່ງ ຜ່ານການທັດສະນະຢ້ຽມຢາມສະຖານທີ່ຕົວຈິງ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ເຊິ່ງເຫັນວ່າ ຜ່ານການເຂົ້າຮ່ວມເຄື່ອນໄຫວແລກປ່ຽນບົດຮຽນໃນຄັ້ງນີ້ ເຮັດໃຫ້ຄະນະວິຊາການ ຈາກ ສປປ ລາວ ໄດ້ຮັບຮູ້ບົດຮຽນສໍາຄັນຢ່າງຍິ່ງ ເຊັ່ນ: ຂັ້ນຕອນ ແລະ ກົນໄກການຂຶ້ນທະບຽນ ແລະ ການອອກໃບຕາດິນ ໂດຍສະເພາະ ການຂຶ້ນທະບຽນທີ່ດິນຂັ້ນທ້ອງຖິ່ນ, ການຈັດຕັ້ງປະຕິບັດ ບັນດາລະບຽບການ, ກົດໝາຍ, ນິຕິກໍາ ແລະ ນະໂຍບາຍຕ່າງໆ ເປັນຕົ້ນ.

See more
อาจเป็นรูปภาพของ 7 คน, แท่นบรรยาย และ ข้อความ
อาจเป็นรูปภาพของ 10 คน และ ข้อความ
อาจเป็นรูปภาพของ 6 คน และ ข้อความ
อาจเป็นรูปภาพของ 14 คน, วัด และ ข้อความ
อาจเป็นรูปภาพของ 14 คน และ ข้อความ
+9